ມານະ ແຈ້ງມູກ
ຄະນະຈັດງານ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ
"ຈາກຜົນສຳເລັດອັນຈົບງາມຂອງງານ ບຸນມະໂຫລານສົ່ງເສີມການອ່ານນະຄອນຫຼວງວຽງຈັນ ຄັ້ງທີ I ແລະ ຄັ້ງທີ II ໃນປີ 2019 ເຊິ່ງເປັນງານບຸນມະໂຫລານສົ່ງເສີມການອ່ານທີ່ໃຫຍ່ທີ່ສຸດໃນປະເທດລາວ, ມີຜູ້ເຂົ້າຮ່ວມງານເກືອບ 1 ແສນຄົນ ແລະ ມີຜູ້ເຂົ້າຮ່ວມວາງສະແດງ-ຂາຍປຶ້ມ ຫຼາຍກວ່າ 100 ຫົວໜ່ວຍໃນແຕ່ລະຄັ້ງ. ສິ່ງດັ່ງກ່າວໄດ້ຢັ້ງຢືນ ໃຫ້ເຫັນວ່າ ບຸນມະໂຫລານສົ່ງເສີມການອ່ານນະຄອນຫຼວງວຽງຈັນ ເປັນງານນຳໜ້າ ໃນການສົ່ງເສີມການອ່ານຂອງສປປ ລາວ. ແລະ ໃນປີນີ້ພວກເຮົາກໍ່ໄດ້ຈັດງານ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຂຶ້ນອີກຄັ້ງໜຶ່ງ. ເຊິ່ງຈະຖືກຈັດຂື້ນໃນລະຫວ່າງ ວັນທີ 11 – 15 ມີນາ 2020 ທີ່ ສູນການຄ້າ ລາວ-ໄອເຕັກ ເວລາ 08:00-20:00 ໂມງ ຈຳນວນ 5 ວັນ.
ຜ່ານການຖອດຖອນບົດຮຽນອັນລໍ້າຄ່າຂອງການຈັດງານ 2 ຄັ້ງທີ່ຜ່ານມາ ໃນຄັ້ງທີ 3 ກໍ່ຄືງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ປີ 2020 ນີ້ຈະເປັນປະສົບການໃໝ່ອັນຍິິ່ງໃຫຍ່ຂອງ ນັກຄິດ, ນັກຂຽນ, ນັກອ່ານ, ສຳນັກພິມ, ຮ້ານຂາຍປຶ້ມ ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ກ່ຽວກັບການສົ່ງເສີມການສຶກສາ
ດັ່ງນັ້ນ, ທາງຄະນະກຳມະການຈັດງານ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ພວກເຮົາຂໍຖືໂອກາດຮຽນເຊີນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ, ທັງ ພາຍໃນ ແລະ ຕ່າງປະເທດ ເພື່ອເຂົ້າຮ່ວມງານທີ່ຈະເປັນສ່ວນໜຶ່ງຂອງຄວາມຊົງຈຳອັນງົດງາມ ແລະ ເປັນຂົວຕໍ່ມິດຕະພາບທີ່ເຊື່ອມຈອດລະຫວ່າງຜູ້ສົ່ງ ແລະ ຜູ້ຮັບຄວາມຮູ້ຜ່ານປຶ້ມອ່ານ ເພື່ອໃຫ້ພົບກັນ ແລະ ບັນລຸຄວາມຄາດຫວັງ ຂອງທັງສອງຝ່າຍ.
ພວກເຮົາ ຄະນະກຳມະການຈັດງານ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືຈາກບັນດາທ່ານ ແລະ ຈະພົບກັນທີ່ງານບຸນມະໂຫລານສົ່ງເສີມການອ່ານນະຄອນຫຼວງວຽງຈັນໃນຄັ້ງນີ້
ດ້ວຍຄວາມນັບຖື."
" ມະຫະກຳສົ່ງເສີມການອ່ານນະຄອນຫຼວງວຽງຈັນ ຈັດຂຶ້ນເພື່ອເປັນການລະດົມໃຫ້ຄົນລາວ ເລັງເຫັນເຖິງຄວາມສຳຄັນ ຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ລວມເຖິງການຊ່ວຍເຫຼືອພໍ່ແມ່ຜູ້ປົກຄອງ, ຄູ ແລະ ບັນນາລັກ ຮູ້ ແລະ ທຳຄວາມເຂົ້າໃຈເທັກນິກວິທີການສົ່ງເສີມການອ່ານແກ່ເດັກ ແລະ ເຍົາວະຊົນ ຢ່າງເໝາະສົມ ແລະ ໄດ້ຜົນ ນອກຈາກນີ້ ຍັງໄດ້ເປີດໂອກາດໃຫ້ຄົນລາວໄດ້ສຳຜັດກັບປຶ້ມ ຈາກນານາຊາດເພື່ອເປີດໂລກະທັດ ແລະ ເບິ່ງເຫັນການພັດທະນາອຸດສາຫະກຳປື້ມໃນຕ່າງປະເທດ ແລະ ຂະນະດຽວກັນກໍເປີດໂອກາດໃຫ້ຄົນຕ່າງຊາດສຳຜັດກັບປຶ້ມອ່ານຂອງລາວ ແລະ ຍັງເປັນສື່ກາງໃນການ ສ້າງໂອກາດໃຫ້ກັບນັກຂຽນ ແລະ ສຳນັກພິມຂອງລາວ ໃນການຈຳໜ່າຍລິຂະສິດໃຫ້ກັບຕ່າງປະເທດ ຜົນທາງອ້ອມຂອງການຈັດງານ ຍັງເປັນການສົ່ງເສີມໃຫ້ສຳນັກພິມໃນປະເທດລາວ ເກີດຄວາມຕື່ນຕົວ ປັບປຸງແລະ ພັດທະນາການຜະລິດປຶ້ມອ່ານ ໃຫ້ມີຄຸນນະພາບ ມີຄວາມຫຼາກຫຼາຍ ເປັນປະໂຫຍດຕໍ່ຜູ້ອ່ານ ແລະ ການພັດທະນາປະເທດໃນທຸກດ້ານ.
ໃນງານ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ III ນີ້ເປັນການເປັນການສືບຕໍ່ປະຕິບັດແຜນການສົ່ງເສີມການອ່ານຂອງນະຄອນຫຼວງຫຼວງຈັນ ຈາກງານຄັ້ງທີ I ແລະ ຄັ້ງທີ II ຜ່ານມາ ໃຫ້ມີບົດບາດ ແລະ ສີສັນເພີ່ມຂຶ້ນ ເພື່ອກ້າວໄປສູ່ ຄັ້ງທີ 4 ໃນທ້າຍປີ 2020 "
ເປົ້າໝາຍຜູ້ເຂົ້າຊົມງານ
ນັກຮຽນປະຖົມ, ມັດທະຍົມ, ອະຊີວະ,
ວິທະຍາໄລ ແລະ ມະຫາວິທະຍາໄລ
ພໍ່ແມ່ຜູ້ປົກຄອງ, ຄູອາຈານ,
ປະຊາຊົນທົ່ວໄປ
ຜູ້ມັກການອ່ານ,ນັກຂຽນ,ນັກປະພັນ,
ສື່ມວນຊົນ, ພະນັກງານລັດ
ແລະເອກະຊົນ
ເປົ້າໝາຍຜູ້ອອກບູດຂາຍວາງສະແດງ
ນັກຂຽນ ນັກປະພັນ ອິດສະຫລະ
ສຳນັກພິມ, ຮ້ານຂາຍປື້ມ, ໂຮງພິມ
ສະມາຄົມ, ສຳນັກງານ, ອົງການຕ່າງປະເທດທີ່ກ່ຽວຂ້ອງ
ກັບການສົ່ງເສີມການອ່ານ
ສະຖານທູດຕ່າງປະເທດປະຈຳລາວ,
ສະມາຄົມການພິມແລະຈຳໜ່າຍອາຊຽນ, ແລະອື່ນໆ.
ເປົ້າໝາຍຜູ້ໃຫ້ການສະໜັບສະໜູນ
ອົງກອນພາກລັດ ແລະ ອົງກອນຊ່ວຍເຫຼືອ
ຂອງຕ່າງປະເທດ
ສະຖານທູດຕ່າງປະເທດປະຈຳລາວ
ສະມາຄົມ, ອົງກອນ ທີ່ເຮັດວຽກກ່ຽວກັບວຽກງານສົ່ງເສີມການອ່ານ-ການພິມ
ພາກທຸລະກິດ, ຫົວໜ່ວຍກິດຈະການ ກຸ່ມຄອບຄົວ, ສ່ວນບຸກຄົນ ທີ່ໃຫ້ການຊ່ວຍເຫຼືອ
ພາກລັດ
ປະຕິບັດຕາມແລ້ວທາງນະໂຍບາຍໃນການສົ່ງເສີມການສຶກສາໄປກ່ອນກ້າວໜຶ່ງ
ຕອບໂຈດໃຫ້ກັບແນວທາງໃນການລົບລ້າງການບໍ່ຮູ້ໜັງສື
ເປັນງານໜຶ່ງທີ່ຈະຊ່ວຍໂຄງການສົ່ງເສີມການອ່ານໃຫ້ມີກິດຈະກຳດີໆເພີ່ມຂຶ້ນ.
ນັກຂຽນ-ນັກປະພັນ
ເປັນເວທີ ວາງສະແດງ ແລະ ເປີດຕົວປື້ມຂອງຕົນໃນງານອັນຍິ່ງໃຫຍ່ໂດຍບໍ່ມີຄ່າໃຊ້ຈ່າຍ
ເປັນເວທີແລກປ່ຽນທັດສະນະໃນວົງການນັກຂຽນ-ນັກປະພັນ
ດ້ວຍກັນ
ສົ່ງເສີມການຂຽນແລະການພິມໃຫ້ຂະຫຍາຍຕົວຫຼາຍຂຶ້ນ.
ນັກຮຽນ-ນັກສືກສາ
ຈະໄດ້ປື້ມດີ ມີຄຸນນະພາບ ທີດຶງດູດການອ່ານເພີ່ມຂື້ນ ແລະ ຫັນມາຮັກການອ່ານຫຼາຍຂື້ນ
ໄດ້ເຫັນເຖິງຄວາມສຳຄັນໃນສົ່ງເສີມການອ່ານຜ່ານກິດຈະກຳໃນງານ
ປະຊາຊົນ
ຈະໄດ້ປຶ້ມດີ ມີຄຸນນະພາບ ໃວ້ອ່ານແລະສົ່ງເສີມລູກຫຼານໃນການອ່ານປື້ມຫຼາຍຂື້ນ
ມີໂອກາດໄດ້ຊຸກຍູ້ຊ່ວຍເຫຼືອຊຸມຊົນທີ່ຂາດແຄນດ້ວຍການບໍລິຈາກ
ມີສ່ວນຮ່ວມໃນການທີ່ສົ່ງເສີມແວດລ້ອມການສຶກສາ
ຂອງລູກຫຼານ
ຜູ້ສະໜັບສະໜູນ
ຜູ້ອອກບູດ
ງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ III ທີ່ຈະດຳເນີນໄປພາຍໃຕ້ຄຳຂວັນ “ນະຄອນຫຼວງວຽງຈັນໃນຝັນຂອງຂ້ອຍ” ເພື່ອແນ່ໃສ່ສ້າງຄົນຮຸ້ນໃໝ່ໃຫ້ໄດ້ຮັບການພັດທະນາຮອບດ້ານ ແລະ ສົມສ່ວນທັງທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ (ຄວາມຮູ້ຄວາມສາມາດ) ໂດຍໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ກິດຈະກຳພາຍໃນງານປະກອບຄື:
ກຳນົດການ 5 ມື້ (ວັນທີ 11-15 ເດືອນມີນາ ປີ 2020)
ແຕ່ 8:30 - 20:00 ໂມງ
ສະຖານທີ່:ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)
ເຈົ້າຂອງງານໂດຍ: ບໍລິສັດ ປານຄຳ ຈຳປາ ຈຳກັດ
ແຜນງານໂດຍ: ບໍລິສັດ ເອັກແຊັກ ຈຳກັດ
ເນື່ອງຈາກວ່າ ງານດັ່ງກ່າວເປັນງານທີ່ໃຫຍ່ ຈະມີຜູ້ເຂົ້າຮ່ວມຫຼາຍສິບພັນຄົນ ຈິ່ງມີຄວາມຈຳເປັນໃນການໃຊ້ບຸກຄະລາກອນທີ່ມີຄຸນນະພາບສູງ ແລະ ອາສາສະໝັກທີ່ຢາກຮ່ວມເກັບກ່ຽວປະສົບການໃນງານຫຼາຍຮ້ອຍຊີວິດ